ລາຍລະອຽດ

Warehouse Management

Warehouse Management

http://motivelao.com/warehouse-management/

ເເມ່ນການຈັດການໃນການຮັບ, ການຈັດເກັບ, ການຈັດສົ່ງສິນຄ້າໃຫ້ຜູ້ຮັບເພື່ອກິດຈະກຳການຂາຍ ເປົ້າໝາຍຫຼັກໃນການບໍລິຫານ ດຳເນີນທຸລະກິດ ໃນສ່ວນທີ່ກ່ຽວຂ້ອງກັບສາງສິນຄ້າກໍ່ເພື່ອໃຫ້ເກີດການດຳເນີນງານເປັນລະບົບ ໃຫ້ຄຸ້ມກັບການລົງທຶນ, ການຄວບຄຸມຄຸນະພາບຂອງການເກັບ, ການຢິບຈັບເຄື່ອງ, ການປ້ອງກັນ, ການຫຼຸດຜ່ອນຄວາມສູນເສຍຈາກການດຳເນີນງານເພື່ອໃຫ້ຕົ້ນທຶນການດຳເນີນງານຕໍ່າທີ່ສຸດ

ຄຸນລັກສະນະເດັ່ນຂອງລະບົບສາງສິນຄ້າ

  1. ສາມາດຈັດໂຄງສ້າງຂອງສາງງສິນຄ້າໄດ້ຫຼາກຫຼາຍຕາມນະໂຍບາຍບໍລິສັດ
  2. ສາມາດຮອງຮັບການເລືອກໃຊ້ໜ່ວຍນັບສິນຄ້າ ໄດ້ທັງໜ່ວຍນັບປົກກະຕິ ແລະ ໜ່ວຍນັບຂະໜານ
  3. ຮອງຮັບການບັນທຶກຮັບສິນຄ້າເຂົ້າສາງໄດ້ທັງສິນຄ້າປົກກະຕິ, ສິນຄ້າບໍລິການ, ຊັບສິນ, Lot , Serial , Expiration Lot
  4. ຮອງຮັບການນຳຂໍ້ມູນຈາກໃບສັ່ງຊື່, ໃບຂໍເບີກສິນຄ້າ, ໃບໂອນສິນຄ້າ ມາເຮັດການຮັບສິນຄ້າໃນກໍລະນີຕ່າງໆ
  5. ຮອງຮັບການນຳຂໍ້ມູນຈາກໃບສັ່ງຊື່, ໃບຂໍເບີກສິນຄ້າ, ໃບໂອນສິນຄ້າ ມາເຮັດການຈ່າຍສິນຄ້າໃນກໍລະນີຕ່າງໆ
  6. ຮອງຮັບການໃຊ້ງານຫຼາຍພາສາ
  7. ມີການບັນທຶກຂໍ້ມູນການເເກ້ໄຂເອກະສານ (Audit) ແລະ ສາມາດເບິ່ງລາຍການແກ້ໄຂເອກະສານ (Log) ໄດ້
  8. ສາມາດ Copy ຂໍ້ມູນສິນຄ້າເພື່ອນຳໄປສ້າງສິນຄ້າໃໝ່ທີ່ມີລັກສະນະຄ້າຍຄືກັນໄດ້
  9. ຮອງຮັບການກຳນົດເງື່ອນໄຂໃນການໂອນສິິນຄ້າ ຫຼື ຕື່ມສິນຄ້າລະຫວ່າງອົງການໄດ້
  10. ເອກະສານທຸກລາຍການທີ່ເກີດຈາກສາງສິນຄ້າສາມດກຳນົດການອະນຸມັດເອກະສານໄດ້
  11. ສາມາດພິມລາຍງານເອກະສານໄດ້
  12. ສາມາດສະເເດງການເຮັດລາຍການເອກະສານຜ່ານທາງ Chatter ໄດ້
  13. ສາມາດ Export ເອກະສານໃນຮູບເເບບຂອງ File ທີ່ຕ້ອງການໄດ້ເຊັ່ນ: PDF, Excel